ພິທີ ຖວາຍເຂົ້າບິນທະບາດ ແລະ ຖວາຍກອງຜ້າປ່າສາມັກຄີ ຂອງ ກັມມາທິການສາທາຣະນູປະການ ສູນກາງ ອພສ
newspaper ຂ່າວກັມມາທິການສາທາຣະນູປະການ star ແນະນຳ schedule 1 ນາທີ

ພິທີ ຖວາຍເຂົ້າບິນທະບາດ ແລະ ຖວາຍກອງຜ້າປ່າສາມັກຄີ ຂອງ ກັມມາທິການສາທາຣະນູປະການ ສູນກາງ ອພສ

calendar_today 14/09/2026 person AOUD
arrow_back ກັບຄືນ
#ກັມມາທິການສາທາລະນູປະການ ສູນກາງ ອພສ ຈັດພິທີຕັກບາດ ແລະ ຖວາຍຜ້າປ່າສາມັກຄີ ທີ່ວັດຈອມທອງວະນາຣາມ ໂດຍມີແຂກຄອບຄົວການນຳເຂົ້າຮ່ວມຢ່າງພ້ອມພຽງ

ໃນຕອນເຊົ້າຂອງວັນທີ 13 ກັນຍາ 2026, ໄດ້ມີການຈັດພິທີຕັກບາດ ແລະ ຖວາຍເຄື່ອງວັດຖຸທານຕ່າງໆ ເນື່ອງໃນໂອກາດງານບຸນຜ້າປ່າສາມັກຄີ ຂອງກັມມາທິການສາທາລະນູປະການ ສູນກາງ ອົງການພຸດທະສາສະໜາສຳພັນລາວ. ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງຄຶກຄື້ນ ແລະ ເຕັມໄປດ້ວຍຄວາມເຫຼື້ອມໃສສັດທາ ທີ່ວັດຈອມທອງ ວະນາຣາມ, ບ້ານສວນມອນ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ.

ພາຍໃນງານ ໄດ້ຮັບຄວາມເມຕຕາເຂົ້າຮ່ວມໂດຍມີ ພຣະເຖຣານຸເຖຣະ ແລະ ຄະນະກັມມາທິການສາທາລະນູປະການ ສູນກາງ ອພສ. ພ້ອມກັນນີ້, ຍັງເປັນກຽດຢ່າງຍິ່ງທີ່ໄດ້ຮັບການເຂົ້າຮ່ວມຈາກ ຄອບຄົວການນຳ-ພັກລັດ, ບັນດາອອກຕົນຍາດໂຍມ, ອຳນາດການປົກຄອງພາຍໃນບ້ານ ຕະຫຼອດຮອດພຸດທະສາສະນິກະຊົນຊາວບ້ານສວນມອນ ກໍຄືອອກຕົນຍາດໂຍມຊາວ ນະຄອນຫຼວງວຽງຈັນ ທີ່ໄດ້ພ້ອມໃຈກັນນຸ່ງຖືຊຸດພື້ນເມືອງອັນຈົບງາມ ເຂົ້າຮ່ວມພິທີຕັກບາດຢ່າງພ້ອມພຽງ.

ບັນຍາກາດໃນພິທີຕອນເຊົ້າ ແມ່ນເລີ່ມຕົ້ນດ້ວຍການໄຫວ້ພຣະສະມາທານສິນ, ຟັງພະທຳເທດສະໜາ, ຖວາຍຕົ້ນຜ້າປ່າສາມັກຄີ ແລະ ຮ່ວມກັນຕັກບາດຍາດນ້ຳ ຖວາຍປັດໃຈໄທຍະທານແດ່ພຣະພິກຂຸສົງ ຊຶ່ງເຕັມໄປດ້ວຍຄວາມສະຫງົບ, ຮົ່ມເຢັນ ແລະ ເປັນສິຣິມຸງຄຸນແກ່ຜູ້ທີ່ມາຮ່ວມງານທຸກພາກສ່ວນ. 🙏🙏🙏
spa