ຈາກກໍາມາທິການເຜີຍແຜ່ສີນລະທໍາ ແລະ ປະຕິບັດກໍາມະຖານ ສູນກາງອົງການພຸດທະສາສະໜາສໍາພັນລາວ ຮ່ວມກັບ ກໍາມາທິການສາທາລະນຸປະການ ສູນກາງອົງການພຸດທະສາສະໜາສໍາພັນລາວ
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ຈັກກ໊ອບປີ້ເອກະສານ ຈໍານວນ 1 ເຄື່ອງ ແລະ ຄອມພິວເຕີໂນດບຸດ ຈໍານວນ 4 ເຄື່ອງ ລວມທັງໝົດເປັນມູນຄ່າ 100,000,000 ກີບ (ໜຶ່ງຮ້ອຍລ້ານກີບ) ເຊິ່ງເຄື່ອງດັ່ງກ່າວແມ່ນໄດ້ມາຈາກການປະກອບສ່ວນຂອງພຣະອາຈານ ແລະ ອອກຕົນຍາດໂຍມ ທີ່ມີໃຈສັດທາເຫັນໄດ້ຄວາມສໍາຄັນຂອງການເຄື່ອນໄຫວວຽກງານຂອງຄະນະກໍາມະການສູນກາງແນວລາວສ້າງຊາດ.
ໂອກາດນີ້, ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ກ່າວສະແດງຄວາມຮູ້ບຸນຄຸນ, ຂອບໃຈ ແລະ ຍ້ອງຍໍຊົມເຊີຍເປັນຢ່າງຍິ່ງ ມາຍັງພຣະອາຈານໃຫຍ່ທີ່ໄດ້ປຸກລະດົມຂົນຂວາຍແຮງສັດທາຈາກສາສະນິກະຊົນນໍາເອົາເຄື່ອງໃຊ້ຫ້ອງການມາມອບໃຫ້ສູນກາງແນວລາວສ້າງຊາດ ແລະ ຈະນໍາເອົາເຄື່ອງດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດຜົນປະໂຫຍດສູງສຸດ.